ສທຊ(@sathalanason)さんの人気ツイート(新しい順)

1
ເຫດຜົນທີ່ເຮົາບໍ່ອັບເດດຫຍັງລົງໃນເຟສບຸກແຕ່ເລືອກທີ່ຈະລົງຂໍ້ຄວາມໃນທວິຕກໍເພາະອັດຕາຝ່າຍໜຸນລັດຖະບານໃນນີ້ໜ້ອຍກວ່າໃນເຟສບຸກ ເຖິງວ່າພວກເຮົາຈະຖືກຫ້າມກໍຕາມເຖາະ ແຕ່ຂໍໃຫ້ເຮົາໄດ້ສະແດງຄວາມເສຍໃຈໃນຖານະກຸ່ມ "ສທລ" (ສາທາລະນະລັດ) ແດ່ເທາະ
2
ດ່ວນ! ຂະນະນີ້ນັກຮຽນ 2 ຄົນ ຈາກ ມສ ໂພນໄຊ ນະຄອນປາກເຊ ໄດ້ຖືກອາຈານໄລ່ອອກຍ້ອນວ່າ "ບໍ່ເຫັນດີນຳກົດລະບຽບຊົງຜົມ" ຈາກຄຼິບ "ຄູແຫກຜົມນັກຮຽນ" ທີ່ເປັນກະແສເທິງສື່ສັງຄົມອອນລາຍໃນ 2-3 ມື້ທີ່ຜ່ານມາ (1)
3
ພວກເຮົາຄົນລາວລຸ່ນໃໝ່ຂໍປະກາດສ້າງມິດຕະພາບ ລາວ-ໄຕ້ຫວັນ ເຖິງວ່າຈະບໍ່ເປັນທາງການ ແຕ່ກໍຢາກໃຫ້ຊາບວ່າພວກເຮົາຄົນລຸ່ນໃໝ່ໃນສປປ.ລາວທີ່ສະໜັບສະໜຸນການມີຕົວຕົນຂອງໄຕ້ຫວັນແມ່ນມີຈຳນວນຫຼາຍ. 即使我們的政府不支持你,請知道我們,新一代寮國人民將永遠支持你。 寮台友誼🇱🇦🇹🇼 @MOFA_Taiwan
4
ວ່າດ້ວຍສະຖານະການເງິນເຟີ້ຂອງ ສປປ.ລາວ ຕິດອັນດັບ 6 ຂອງສະຖິຕິ Hanke's ທຸກເທື່ອທີ່ເຮົານຶກວ່າມັນໜັກແລ້ວ ພໍດົນນານໄປກໍຍິ່ງໜັກຂຶ້ນກວ່າເດີມອີກ ສາເຫດຫຼັກແມ່ນເກີດຈາກການທີ່ສປປ.ລາວ ບໍ່ມີທຶນສຳຮອງເຊິ່ງເປັນຜົນພ່ວງມາຈາກການສໍ້ລາດບັງຫຼວງ ຫຼື ຄໍຣັປຊັ່ນ ແລະ ການຂາດດຸນການຄ້າລະຫວ່າງປະເທດ.
5
ການວິຈານແມ່ນການສະແດງຄວາມຄິດເຫັນທີ່ແຕກຕ່າງຕໍ່ການກະທຳ ຫຼື ຄວາມຄິດ/ຄວາມເປັນໄປຂອງສິ່ງໃດສິ່ງໜຶ່ງ (1/5)
6
สำหรับภาษาไทยทีมงานพวกเราได้ทำมาใหม่แล้วครับ หากจะนำไปเผยแพร่รบกวนช่วยกันใช้ตัวนี้ให้แทนนะครับ! ขอบคุณครับ ขอบใจเด้อ🇹🇭🇱🇦❤🙏
7
Thai 🇹🇭 and English 🇬🇧 version as requested. ພວກເຮົາໄດ້ເຮັດພາສາໄທກັບພາສາອັງກິດຕາມທີ່ທຸກຄົນຂໍ. ພວກເຮົາຢາກຂໍຂອບໃຈໝູ່ເພື່ອນພາຍໃນປະເທດ ແລະ ໝູ່ເພື່ອນຕ່າງຊາດທີ່ໃຫ້ຄວາມສົນໃຈຕໍ່ສະຖານະການຂອງປະເທດເຮົາ ❤🙏🌐 #ສຽງຂອງພວກເຮົາ
8
ເຈົ້າໜ້າທີ່ມີສິດທີ່ຈະຖືກເຄົາລົບໂດຍປະຊາຊົນ ແຕ່ເຈົ້າໜ້າທີ່ບາງຄົນບໍ່ມີສິດຖືກທີ່ຈະຖືກເອີ້ນວ່າເປັນ "ຜູ້ໃຫຍ່" ເພື່ອໃຫ້ປະຊາຊົນຢ້ານກົວ ເພາະຄົນທີ່ໃຫຍ່ທີ່ສຸດໃນແຜ່ນດິນຄື "ປະຊາຊົນ" ທຸກຄົນໃນສັງຄົມຄວນເຄົາລົບກັນ ແລະ ປະຕິບັດເຊິ່ງກັນຢ່າງເທົ່າທຽມ ບໍ່ແມ່ນໃຫ້ຢ້ານໃຜຄົນໜຶ່ງອີງຕາມຍົດຖາບັນດາສັກຂອງເຂົາ.
9
ຖ້າບໍ່ມີປະຊາຊົນ ທ່ານຈະປົກຄອງໃຜ? ສະນັ້ນຈົ່ງຢ່າເມີນເສີຍຕໍ່ສຽງຂອງພວກເຮົາຢ່າຄິດວ່າເປັນການໂຈມຕີ ໃຫ້ຄິດເສຍວ່າເປັນການອອກມາຊຸກຍູ້ໃຫ້ພວກທ່ານເຮັດຫຍັງຈັກຢ່າງ! #ສຽງຂອງພວກເຮົາ
10
#ສຽງຂອງພວກເຮົາ ວິຈານ. ຮັບຟັງ. ແກ້ໄຂ. ສິ່ງທີ່ປະຊາຊົນຕ້ອງການ. . . . . #WhatsHappeningInLaos #ຖ້າການເມືອງລາວດີ #ถ้าการเมืองลาวดี #Laos #ลาว
11
ນັບຕັ້ງແຕ່ຂາຍຊັບພະຍາກອນສ່ວນລວມໂດຍບໍ່ໄດ້ຮັບຄວາມເຫັນດີຈາກສາທາລະນະຊົນ ຈົນຮອດ ເຮັດການຄ້າຂາຍຕະຫຼາດເສລີ. #WhatsHappeningInLao #ຖ້າການເມືອງລາວດີ
12
❗ລ່າສຸດທາງລັດຖະບານລາວອອກແຈ້ງການກຽມພ້ອມສູ້ຮົບແລ້ວ❗